ເລືອກລາຍການ
ທ່ານສາມາດ ຟັງເພັງ ແລະ ເບີ່ງເນື້ອຮ້ອງ !!!
ຂໍຂອບໃຈ ນຳພັກ-ລັດ, ຜູ້ແມ່ຜູ້ປົກຄອງ ແລະ ນັກສຶກສາທຸກຄົນ ທີ່ໄດ້ ໃຫ້ການສະຫນັບສະຫນູນ
ກ່ຽວກັບເຮົາ > ເພັງຂອງໂຮງຮຽນ
ເພັງຂອບໃຈສະຖາບັນ ( ໂດຍ ອ.ຈ ໄຊຍົນ ຄຳມະວົງ ) (1) ຂອບໃຈ ຄອມເຊັນເຕີຂອບໃຈ ທີ່ໄດ້ສຶກສາ ເປັນເວລາຫລາຍປີ ຂອບໃຈ ຫມູ່ເພື້ອນຜູ້ຫວັງດີ ໃຫ້ມິດໄມຕຣີ ສາມັກຄີນານມາ (2) ຂອບໃຈ ຄູບາອາຈານ ສອນນ້ອງນຸ່ງລູກຫລານ ໃຫ້ຮູ້ຫລາຍວິຊາ ຂອບໃຈ ໃນຄວາມຮັກແລະເມດຕາ ຖ່າຍທອດວິຊາ ໃຫ້ຂ້າເປັນຄົນດີ ຕອນແຍກ : ຂອບໃຈ ພະນັກງານທົ່ວຫນ້າ ພ້ອມທັງເລຂາ ຜູ້ນຳພາແສນດີ ຂອບໃຈ ໃນຄວາມຮັກພັກດີ ໃນແຕ່ລະປີ ສອນຄວາມດີເພີ້ມພູນ (3) ຂອບໃຈ ພໍ່ແມ່ອາວອາ ທີ່ກະລຸນນາ ຊ່ວຍເຫລືອແລະເກື້ອກຸນ ຂອບໃຈ ຕໍ່ຜູ້ມີພະຄຸນ ທີ່ຊ່ວຍຍູ້ຫນູນ ໃຫ້ຈົບການສຶກສາ ( ດົນຕີສະໂລ ) ຕອນຈົບ : ຂອບໃຈ ນຳທຸກໆທ່ານ ທີ່ມາໃນງານ ມອບຮັບປະລິນຍາ ຂໍອ່ວຍພອນ ໃຫ້ທຸກທ່ານທົ່ວຫນ້າ ມີອາຍຸວັນນະ ສຸຂະພະລະຕະຫລອດໄປ ( ຊ້ຳ )